ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບການນຳໃຊ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ


    ພິທີມອບ-ຮັບການນຳໃຊ້ໂຮງຮຽນວັດທະນະທຳຊົນເຜົ່າກອງກັບ ລະຫວ່າງກອງທັບປະຊາຊົນລາວ ກັບ ກອງ ທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ 2023 ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ເສ ນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີບັນດາສະຫາຍຄະ ນະນໍາກະຊວງປ້ອງກັນປະເທດລາວ-ຫວຽດນາມ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະອຳນວຍການໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ພະນັກງານສະມາຊິກພັກ-ນັກຮົບ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ຄະນະຮັບຜິດຊອບໂຄງການໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນກໍ່ສ້າງໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ເຊິ່ງໂຄງການດັ່ງກ່າວແມ່ນໂຄງ ການຊ່ວຍເຫຼືອຫຼ້າຈາກກະຊວງປ້ອງກັນປະເທດຫວຽດນາມ, ໂຄງການກໍ່ ສ້າງມີເນື້ອທີ່ທັງໝົດ 4,8 ເຮັດຕາ, ປະກອບມີ 13 ອາຄານ, ກວມເອົາ 6.822 ຕາ ແມັດ, ມີເຄື່ອງໃຊ້ເຟີນີເຈີ, ເສັ້ນທາງ, ກຳແພງ, ລະບົບໄຟຟ້າ, ນ້ຳປະປາ ແລະ ອື່ນໆ...ລວມມຸນຄ່າການກໍ່ສ້າງທັງໝົດ 257.047 ຕື້ດົງ ເທົ່າກັບ11.041 ໂດລາ, ໂດຍແມ່ນກົມໃຫຍ່ການເມືອງກອງທັບປະຊາຊົນລາວເປັນເຈົ້າຂອງໂຄງການ ແລະ ໂຄງການດັ່ງກ່າວໄດ້ລົງມືກໍ່ສ້າງມາແຕ່ເດືອນ 11 ປີ 2021ມາຮອດປັດຈຸບັນໄດ້ ສໍາເລັດຕາມແຜນການ. ໂອກາດນີ້, ສະຫາຍ ພົນໂທ ຫວຽນເຕິນເກືອງ ກໍໄດ້ມີຄໍາເຫັນກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່່ກັບນ້ຳໃຈແຫ່ງຮັບຜິດຊອບອັນສູງສົ່ງ ແລະ ຄວາມບຸກບືນໃນໜ້າວຽກຂອງຖັນແຖວພະນັກງານ, ຄະນະຮັບຜິດຊອບ ໂຄງການ, ບັນດາກົມກອງກໍ່ສ້າງ, ທີ່ປຶກສາ, ການກວດກາຕິດຕາມ ແລະ ຜູ້ຮັບ ເໝົາທີ່ໄດ້ສຸມໃສ່ທຸກກຳລັງແຮງຂອງຕົນ ໃນການຜ່ານຜ່າຄວາມຫຍຸ້ງຍາກຕ່າໆຈົນສາມາດເຮັດສຳເລັດໜ້າທີຕາມແຜນການ ທີ່ວາງໄວ້ ແລະ ຖືກຕ້ອງຕາມມາດ ຕະຖານຄຸນນະພາບ, ເຕັກນິກການກໍ່ສ້າງ. ເຊິ່ງໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບປະຊາຊົນລາວຈະເປັນບ່ອນກໍ່ສ້າງ ບໍາລຸງບັນດານ້ອງນ້ອຍປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະ ເທດເຊິ່ງຈະກາຍເປັນກ້ອນກຳລັງແຮງທີ່ສຳຄັນໃນ ການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮຸ່ງ ເຮືອງສີວິໄລໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າບັນດາ ຄູອາຈານຈະເປັນຜູ້ມອບທຸກສິ່ງທຸກຢ່າງນັບທັງຄວາມຮູ້, ຄວາມສາມາດ, ປະສົບການ ແລະ ທຸກຢ່າງທີ່ຕົນມີເພື່ອ ສິດສອນໃຫ້ເຂົາເຈົ້າ, ເຮັດໃຫ້ເຂົາເຈົ້າກາຍເປັນຄົນຮູ້ຜູ້ດີຢູ່ໃນສັງຄົມກໍຄືຜູ້ສືບທອດສາຍພົວພັນອັນດີງາມຂອງສອງຊາດໃນ ຕໍ່ໜ້າ. ຈາກນັ້ນ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກໍໄດຕາງໜ້າໃຫ້ການນຳກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ຂອບອົບຂອບໃຈຢ່າງສູງຕໍ່ພັກ-ລັດຖະບານ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ເຊິ່ງຍາມໃດກໍ ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ໃຫ້ຄວາມສຳຄັນຕໍ່ການບຳລຸງສ້າງບຸກຄະລາກອນເວົ້າລວມ, ເວົ້າ ສະເພາະ ຕໍ່ການບຳລຸງສ້າງຖັນ ແຖວກຳລັງຂອງກອງທັບປະ ຊາຊົນລາວສ້າງລຸ້ນສືບທອດຜູ້ໜຸ່ມນ້ອຍ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.ສະແດງຄວາມຊົມເຊີຍຕໍ່ຄະ ນະຮັບຜິດຊອບຊີ້ນໍາໂຄງການຂອງກະຊວງປ້ອງກັນປະເທດເວົ້າ ລວມ, ເວົ້າສະເພາະແມ່ນກົມໃຫ່ຍການ ເມືອງກອງທັບປະຊາຊົນລາວ ໄດ້ມີຄວາມເອົາໃຈໃສ່, ມີ ຄວາມຮັບຜິດຊອບສູງໃນການຕິດຕາມ, ກວດກາ ແລະ ຊຸກຍູ້ອັນໄດ້ເຮັດໃຫ້ໂຄງການກໍ່ສ້າງຖືກຕ້ອງ ຕາມແບບເຕັກນິກ, ຮັບປະກັນຄຸນນະພາບ ແລະ ສຳ ເລັດທັນຕາມກໍານົດເວລາທີ່ວາງໄວ້. ສະແດງຄວາມຊົມເຊີຍ ບໍລິສັດຜູ້ຮັບເໝົາກໍ່ສ້າງທີ່ໄດ້ທຸມເທເຮື່ອແຮງ, ສະຕິບັນຍາ ແລະ ວັດຖຸເງິນຄຳເຂົ້າໃນການຫ້າງຫາ ກະກຽມ, ຈັດຕັ້ງດໍາເນີນການກໍ່ສ້າງຕາມສັນຍາ ແລະ ບັນລຸຕາມ ມາດຕະຖານທີ່ໄດ້ກໍານົດໄວ້. ເພື່ອເຮັດໃຫ້ອາຄານດັ່ງກ່າວໄດ້ຮັບການນໍາໃຊ້ຕາມເປົ້າໝາຍ ຕໍ່ໄປ ຂໍມອບໃຫ້ຄະນະພັກ-ຄະ ນະອຳນວຍໂຮງຮຽນວັດທະນະທໍາຊົນ ເຜົ່າກອງທັບ ກໍຄືພາກສ່ວນກ່ຽວຂ້ອງຈະໄດ້ພ້ອມກັນສືບຕໍ່ປົກ ປັກຮັກສາ ແລະ ນໍາໃຊ້ຢ່າງຖືກ ຕ້ອງເຂົ້າໃນການຮຽນ-ການສອນໃຫ້ມີປະສິດທິຜົນສູງ ພ້ອມນຳໃຊ້ ເຂົ້າໃນການປະຕິບັດໜ້າທີ່ໃຫ້ເກີດຜົນປະໂຫຍດສູງສຸດ ທັງນໍາໃຊ້ຍາວນານ ສົມກັບຄວາມ ມຸ້ງຫວັງ ຂອງຜູ້ສະໜອງທຶນກໍ່ສ້າງ. ຈາກນັ້ນ, ກໍໄດ້ຈັດຕັ້ງຕັດແຖບຜ້າເປີດນໍາໃຊ້ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບຢ່າງເປັນທາງການ, ຮ່ວມກັນປູກຕົ້ນ ໄມ້ມິດຕະພາບ, ທ່ຽວຊົມອາຄານສະຖານທີ່ຕ່າງໆຂອງໂຮງ ຮຽນຕື່ມອີກ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍາມະການສູນກາງ
ພັກກອມມູນິດຫວຽດ ນາມ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດ ນາມ ພ້ອມຄະ ນະ ຍັງໄດ້ຢຽມຢາມ ແລະ ເຮັດວຽກຢູ່ ສະຕາໂທລະຄົມ (ຢູ່ນິເທວ ) ຕື່ມອີກ.

ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 15/05/2023